ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

25 ປະເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະໜອງ​ເງິນ 9,3 ຕື້​ໂດ​ລາ ຕ້ານ​ການ​ປ່ຽນແປງ​ດິນ​ຟ້າ​ອາກາດ

     ວິທະຍຸ​ກະ​ຈາຍ​ສຽງ ​ຫວຽດນາມ ລາຍ​ງານ​ວັນ​ທີ 5 ຕຸລາ ​ວ່າ: ກອງ​ທຶນ​ດິນ​ຟ້າ​ອາກາດ​ສີຂຽວ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຮັບ ​ຄຳ​ໝັ້ນ​ສັນຍາ
ຈະ​ປະກອບ​ຈຳນວນ​ເງິນ 9,3 ຕື້​ໂດ​ລາ ຈາກ 25 ປະເທດ​ໃນ​ໂລກ, ເພື່ອ​ສະໜັບສະໜູນ​ຊ່ວຍເຫຼືອ​ທາງ​ດ້ານ​ການ​ເງິນ​ໃຫ້​ແກ່​ບັນດາ​ປະເທດ ​ທີ່​
ມີ​ຄວາມ​ສ່ຽງ​ຖືກ​ຜົນ​ກະທົບ​ສູງ​ຈາກ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ.

     ນີ້​ແມ່ນ​ຄຳ​ໝັ້ນ​ສັນຍາ​ຫຼ້າ​ສຸດ​ທີ່​ການ​ນຳ​ບັນດາ​ປະເທດ​ໃນ​ທົ່ວ​ໂລກ ​ໄດ້​ຍົກ​ອອກ​ມາ ເພື່ອ​ຊຸກຍູ້​ເລື່ອງ​ບັນລຸ​ຄວາມ​ຄືບ​ໜ້າ​ໃນ​ການ​ຕໍ່ສູ້​ໄພ​ທຳ​
ມະ​ຊາດ​ດັ່ງກ່າວ, ໃນ​ສະພາບ​ທີ່​ອຸນຫະພູມ​ທົ່ວ​ໂລກ​ສືບຕໍ່​ເພີ່ມ​ຂຶ້ນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຢູ່​ນະຄອນ Bonn ເຢຍ​ລະ​ມັນ, ຜູ້​ປະສານ​ງານ
​ກອງ​ທຶນ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ອາ​ເມ​ຣິ​ກາ ຍັງ​ບໍ່​ທັນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ປະກອບ​ເງິນ​ໃນ​ຄັ້ງ​ນີ້. ຜູ້ຕາງໜ້າ​ຂອງ​ ອາ​ເມ​ຣິ​ກາ ໄດ້​ອ້າງ​ວ່າ: ງົບປະ
ມານ​ຂອງ​ປະເທດ​ພວມ​ຢູ່ໃນ​ສະພາບ​ທີ່​ບໍ່​ແນ່ນອນ.

     ໃນ​ການ​ລະດົມ​ທຶນ​ການ​ເງິນ​ຄັ້ງ​ນີ້, ປະມານ 75% ບັນດາ​ປະເທດ​ປະກອບ​ເງິນໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ແຫຼ່ງ​ເງິນ​ປະກອບ​ເມື່ອ​ທຽບ
ໃສ່​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ອນ​ນັ້ນ. ໃນ​ນັ້ນ, ເຢຍ​ລະ​ມັນ, ອັງກິດ, ຝຣັ່ງ ແລະ ຍີ່ປຸ່ນ ແມ່ນ​ບັນດາ​ປະເທດ​ທີ່​ໃຫ້​ຄຳ​ໝັ້ນ​ສັນຍາ​ລະດັບ​ການ​ປະ
ກອບສ່ວນ​ດ້ານ​ການ​ເງິນ​ຫຼາຍ​ທີ່​ສຸດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/10/2023